|
(ພາບ: vietnamplus.vn) |
ທີ່ການປະຊຸມຂ່າວແນະນຳເຫດການດັ່ງກ່າວໃນວັນທີ 17 ພຶດສະພາ, ອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ທ່ານຫງວຽນເຈື່ອງເຊີນ ໄດ້ຊີ້ແຈ້ງຄວາມໝາຍຂອງງານບຸນດັ່ງກ່າວ ແລະ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນຊ່ອງສຳຄັນ ເພື່ອຊ່ວຍໃຫ້ປະຊາຊົນ 2 ປະເທດເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາຊາວຫວຽດນາມ ທີ່ຫ່າງຈາກບ້ານເກີດເມືອງນອນສາມັກຄີກັນ, ຮັກແພງເຊິ່ງກັນແລະກັນອີກດ້ວຍ. ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ໄດ້ກາຍເປັນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳປະຈຳປີ, ທີ່ດຶງດູດຊາວຍີ່ປຸ່ນ ແລະ ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ໄດ້ຮັບການຈັດຕັ້ງຄັ້ງທຳອິດເມື່ອປີ 2008. ຜ່ານບັນດາການເຄື່ອນໄຫວແລກປ່ຽນດ້ານອາຫານການກິນ, ວັດທະນະທຳ… ງານບຸນປີນີ້ຈະແນະນຳບັນດາພາບພົດທີີ່ມີຊີວິດຊີວາ, ແທດຈິງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

