ໃນງານພົບປະ, ບັນດາສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມ ໄດ້ແລກປ່ຽນກັບພະນັກງານ, ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມອາສາສະໝັກດີເດັ່ນໃນລຸ້ນຕ່າງໆ ທີ່ເຄີຍອຸທິດສ່ວນແກ່ກິດຈະກຳກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ; ຮັບຟັງບັນດາເລື່ອງລາວທີ່ໄດ້ປະກອບສ່ວນແຜ່ກະຈາຍເຈດຈຳນົງ, ນ້ຳໃຈປະຈັນບານ, ອາສາສະໝັກໃນທຸກແນວຮົບແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງຊາວໜຸ່ມລຸ້ນກ່ອນໆ.

ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ກ່າວຄຳເຫັນທີ່ງານພົບປະສັງສັນ

ກ່າວຄໍາເຫັນທີ່ງານພົບປະສັງສັນ, ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຢັ້ງຢືນວ່າ: ໂດຍສືບຕໍ່ມູນເຊື້ອຂອງຊາວໜຸ່ມລຸ້ນຕ່າງໆ, ອົງການຈັດຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈະສືບຕໍ່ຂົນຂວາຍ, ຈັດຕັ້ງໃຫ້ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມປະຕິບັດກິດຈະກຳຊາວໜຸ່ມຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດສາດ ຜ່ານບັນດາຂະບວນການ ຄື “ຊາວໜຸ່ມອາສາສະໝັກ”, “ໄວໜຸ່ມປະດິດຄິດສ້າງ”, “ໄວໜຸ່ມປະຈັນບານປົກປັກຮັກສາປະເທດຊາດ”… ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ກໍຍ້ອງຍໍຊົມເຊີຍ 35 ກິດຈະກຳຊາວໜຸ່ມດີເດັ່ນ ທີ່ມີຄຸນຄ່າອັນແທດຈິງ, ປະກອບສ່ວນໂດຍກົງເຂົ້າໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ທູຮັ່ງ