ຄະນະກໍາມະການສູນກາງພັກກອມມູນິດ ສະຫະພັນລັດເຊຍ, ຝ່າຍພັກກອມມູນິດລັດເຊຍ ທີ່ Duma ແຫ່ງຊາດ, ຄະນະກໍາມະການເຂດຕ່າງໆ ແລະ ນະຄອນ ມົດສະກູ ຂອງພັກກອມມູນິດລັດເຊຍ, ຂະບວນການສະໜັບສະໜູນກອງທັບ, ສະມາຄົມບັນດານາຍທະຫານໂຊວຽດ, ຂະບວນແມ່ຍິງທົ່ວລັດເຊຍ “ຄວາມຫວັງຂອງລັດເຊຍ”, ຄະນະຊາວໜຸ່ມກອມມູນິດເລນິນ, ບັນດາຂະບວນ ແລະ ອົງການຈັດຕັ້ງສັງຄົມຝ່າຍຊ້າຍອື່ນ ຈະດໍາເນີນພິທີເດີນຂະບວນ ແລະ ຈັດງານຊຸມນຸມສະເຫຼີມສະຫຼອງເຫດການດັ່ງກ່າວ ຢ່າງສົມກຽດ .

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 07 ພະຈິກ, ໃນເວລາ 10 ໂມງ (ຕາມເວລາ ມົດສະກູ), ຢູ່ຈັດຕຸລັດແດງ ຈະດໍາເນີນພິທີສວນສະໜາມ ຊຶ່ງໄດ້ວາດພາບເຖິງການສວນສະໜາມທີ່ແຫ່ງເທບນິຍາຍ ເມື່ອປີ 1941, ສະເຫຼີມສະຫຼອງ 77 ປີ ແຫ່ງວັນເລີ່ມດໍາເນີນສົງຄາມເພື່ອປ້ອງກັນປະເທດທີ່ຍິ່ງໃຫຍ່ (1941 – 1945) ຂອງປະຊາຊົນ ໂຊວຽດ ໃນເມື່ອກ່ອນ, ປັດຈຸບັນແມ່ນ ສະຫະພັນລັດເຊຍ.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7 ພະຈິກ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ກໍໄດ້ໄປວາງພວງມາລາ ທີ່ອະນຸສາວະລີ V.I. Lenin ຢູ່ສວນດອກໄມ້ ຈີລັງ, ເມືອງບາດິງ, ນະຄອນຮ່າໂນ້ຍຂອງຫວຽດນາມ. ກໍໃນຕອນເຊົ້າຂອງວັນດຽວກັນ, ຊາວໜຸ່ມນະຄອນຮ່າໂນ້ຍ, ຕາງໜ້າບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີ V.I. Lenin ເຊັ່ນດຽວກັນ