ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 9 ມິຖຸນາ |
ງານວາງສະແດງໄດ້ແນະນຳເຖິງຜູ້ຊົມຮູບຖ່າຍກ່ວາ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ໄດ້ສ່ອງແສງຄວາມງາມຂອງປະເທດຊາດ, ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຊົນເຜົ່າໃນປະຊາຄົມບັນດາປະເທດ ອາຊຽນ. ພິເສດຢູ່ບ່ອນສຳຄັນໃນງານວາງສະແດງແມ່ນຍັງປະກົດມີສະແຕມ ແລະ ແບບກາປະທັບລວມຂອງບັນດາປະເທດ ອາຊຽນ.
ງານວາງສະແດງດັ່ງກ່າວ ຈະແກ່ຍາວຮອດວັນທີ 12 ມິຖຸນາ. ຫຼັງຈາກນັ້ນ, ບັນດາຮູບຖ່າຍ, ຟິມຮູບເງົານີ້ຈະມອບໃຫ້ຄະນະກຳມະການປະຊາຊົນແຂວງ ແທງຮ໋ວາ, ເພື່ອສືບຕໍ່ໂຄສະນາ, ເຜີຍແຜ່ ກ່ຽວກັບປະຊາຄົມ ຫວຽດນາມ.

