ໃນຂະນະນັ້ນ, ຊ່ອງໂທລະພາບ RTE ຂອງ ອຽກລັງ ໄດ້ຄັດສະເໜີສອງແຫຼ່ງຂ່າວ ໂດຍໃຫ້ຮູ້ວ່າ ອັງກິດ ແລະ ອີຢູ ໄດ້ເຫັນດີເປັນເອກະພາບ ຕໍ່ເອກະສານ ກ່ຽວກັບບັນຫາຊາຍແດນລະຫວ່າງອັງກິດ ແລະ ອຽກລັງ ພາຍຫຼັັງ Brexit, ເຖິງວ່າການເຈລະຈາຍັງບໍ່ທັນ ສໍາເລັດກໍຕາມ. ເອກະສານສະບັບດັ່ງກ່າວຈະໄດ້ສ້າງຂຶ້ນພາຍໃຕ້ຮູບແບບຂອງຂໍ້ຕົກລົງວ່າດ້ວຍພາສີອາກອນຊົ່ວຄາວໃນເຂດດິນແດນຂອງລາຊະອານາຈັກອັງກິດ. ຂໍ້ຕົກລົງກໍໄດ້ລະບຸບັນດາມາດຕາພິເສດທີ່ສະຫງວນໃຫ້ ອຽກລັງເໜືອ, ຕາມນັ້ນແລ້ວ ໄດ້ລົງເລິກເຂົ້າບັນດາບັນຫາພາສີອາກອນ ແລະ ເໝາະສົມກັບບັນດາລະບຽບກົດໝາຍຂອງຕະຫຼາດແຫ່ງດຽວ, ຍິ່ງໄປກວ່າ ນັ້ນ ແມ່ນກັບສ່ວນທີ່ຍັງເຫຼືອຂອງ ລາຊະອານາຈັກ ອັງກິດ. ເອກະສານສະບັບດັ່ງກ່າວກໍຈະລວມທັງກົນໄກພິຈາລະນາຄືນໃໝ່.

ກ່ອນໜ້ານັ້ນ, ທ່ານປະທານຄະນະກໍາມະການເອີຣົບ Jean – Claude Juncker ໃຫ້ຮູ້ວ່າ ອີຢູ ບໍ່ມີຈຸດປະສົງລົງໂທດເລື່ອງປະເທດ ອັງກິດ ຖອນຕົວອອກຈາກ ອີຢູ ແລະ ຫົວໜ້າຄະນະເຈລະຈາ ອີຢູ Michel Barnier ພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງດີທີ່ສຸດໃຫ້ແກ່ທັງສອງຝ່າຍ.