ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ: THX/TTXVN)

ນີ້ແມ່ນຖະແຫຼງການຂອງກະຊວງຮັບຜິດຊອບບັນຫາ Brexit ຂອງ ອັງກິດ ໄດ້ຍົກອອກມາໃນວັນທີ 05 ຕຸລາ. ວົງການເຈົ້າໜ້າທີ່ ອັງກິດ ຈະຍົກອອກການເລືອກເຟັ້ນເພື່ອຮັບປະກັນຄວາມສົມບູນຂອງລາຊະອານາຈັກ ອັງກິດ, ແລະ ການເລືອກເຟັ້ນນັ້ນ ຈະເໝາະສົມກັບບັນດາຄຳໝັ້ນສັນຍາຂອງວົງການເຈົ້າໜ້າທີ່ປະເທດນີ້ເມື່ອປີ 2017, ໃນນັ້ນ ຢືນຢັນວ່າ ຈະບໍ່ມີຮົ້ວກີດຂວາງໃໝ່ໃດໆ ໄດ້ກີດກັ້ນລະຫວ່າງເຂດດິນແດນ ອຽກລັງເໜືອ ແລະ ສ່ວນທີ່ຍັງເຫຼືອຂອງລາຊະອານາຈັກ ອັງກິດ, ເວັ້ນເສຍແຕ່ມີຄວາມເຫັນດີຈາກອົງການຄຸ້ມຄອງບໍລິຫານຢູ່ ອຽກລັງເໜືອ.

ອັງກິດ ຈະຖອນອອກຈາກ ອີຢູ ໃນວັນທີ 23 ມີນາ 2019. ເຖິງຢ່າງໃດກໍ່ຕາມ, ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສະບັບໃດເທື່ອ ຍ້ອນທັດສະນະບໍ່ລົງລອຍກັນໃນບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ອຽກລັງ ກໍ່ຄືບັນຫາການຄ້າລະຫວ່າງ 2 ຝ່າຍ.