ພິທີລົງນາມໃນຂໍ້ຕົກລົງຢູ່ນິວຊີແລນ

ເຂົ້າຮ່ວມການລົງນາມໃນສັນຍາດັ່ງກ່າວມີທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ລັດຖະມົນຕີການຄ້າ ນິວຊີແລນ Damien O'Connor, ລັດຖະມົນຕີການຄ້າການາດາ Mary Ng, ລັດຖະມົນຕີການຟື້ນຟູເສດຖະກິດ ຍີ່ປຸ່ນ Goto Shigeyuki ແລະ ຮອງລັດຖະມົນຕີການຄ້າ ອົດສະຕາລີ Tim Ayres.

ໂດຍເປັນສ່ວນໜຶ່ງຂອງ CPTPP ໝາຍຄວາມວ່າ ກວ່າ 99% ປະລິມານສິນຄ້າສົ່ງອອກຂອງອັງກິດສົ່ງໄປຍັງບັນດາປະເທດ CPTPP ໃນປະຈຸບັນ ຈະຖືກເສຍພາສີດ້ວຍລະດັບ 0, ສັນຍາດັ່ງກ່າວສ້າງກາລະໂອກາດໃໝ່ໃຫ້ບັນດາວິສາຫະກິດ ອັງກິດ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ກັບບັນດາປະເທດສະມາຊິກ; ລວມທັງຫວຽດນາມ. ທ່ານເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ Iain Frew ໃຫ້ຮູ້ວ່າ:

“ສິ່ງດັ່ງກ່າວຈະຊ່ວຍເພີ່ມທະວີດ້ານການຄ້າລະຫວ່າງຫວຽດນາມ ແລະ ອັງກິດ. CPTPP ຈະຊ່ວຍໃຫ້ວິສາຫະກິດຂອງສອງປະເທດໄດ້ແລກປ່ຽນຄ້າຂາຍຢ່າງສະດວກກວ່າເກົ່າ. ພ້ອມທັງຊ່ວຍພວກເຮົາສ້າງລະບຽບການການຄ້າທີ່ກ້າວຫນ້າໃນອະນາຄົດ. ສິ່ງດັ່ງກ່າວສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອັງກິດ ແລະ ຫວຽດນາມ ນັບມື້ນັບເລິກເຊິ່ງຍິ່ງໆຂຶ້ນ