ທ່ານຮອງນາຍົກລັດຖະມົນຕີ ເລມິນຄ້າຍ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນຈອມ ອຸບົນປະເສີດ

ທ່ານຮອງນາຍົກລັດຖະມົນຕີ ສະເໜີສອງກະຊວງການເງິນ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພີ່ມທະວີການແລກປ່ຽນ ບົດຮຽນປະສົບການກ່ຽວກັບນະໂຍບາຍການເງິນ ແລະ ປີການເງິນ, ເງິນຕາ..., ປະກອບສ່ວນຊ່ວຍເຫຼືອລາວແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າໂດຍໄວ.

ສ່ວນທ່ານ ບຸນຈອມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນລາວ ໄດ້ສະເໜີໃຫ້ ຫວຽດນາມ ສົ່ງນັກຊ່ຽວຊານມາຊ່ວຍລາວ ເພີ່ມທະວີວິທີການແກ້ໄຂການເກັບງົບປະມານ, ລົບລ້າງຄວາມຫຍຸ້ງຍາກດ້ານການເງິນ, ເງິນຕາ, ປະຕິຮູບວິສາຫະກິດເອເລັກໂຕນິກ; ສະໜັບສະໜູນການພັດທະນາວິສາຫະກິດຢູ່ພາຍໃນປະເທດ.