ທ່ານ ເວືອງດີງເຫວ້ ຕ້ອນຮັບ ທ່ານ Keng Hooi (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ ກຸ່ມບໍລິສັດເຂົ້າຮ່ວມການລົງທຶນເຂົ້າພັນທະບັດລັດຖະບານຂອງ ຫວຽດນາມ ແລະ ເຂົ້າຮ່ວມຕະຫລາດຫຼັກຊັບອະນຸພັນຂອງ ຫວຽດນາມ ຊຶ່ງຫາກໍ່ໄດ້ເປີດສະຫຼອງໃນອາທິດກ່ອນ. ດ້ວຍບັນດາມາດຕະການແກ້ໄຂສ້າງໂຄງປະກອບຕະຫລາດການເງິນ, ທະນາຄານ, ຖອນທຶນຂອງລັດອອກຈາກບັນດາວິສາຫະກິດຂອງລັດຖະບານ ຫວຽດນາມ ຄືນໃໝ່, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຖືວ່າ: AIA ຈະມີໂອກາດຫລາຍຢ່າງ ເພື່ອຍູ້ແຮງ ແລະ ເປີດກ້ວາງການລົງທຶນດ້ານການເງິນຢູ່ ຫວຽດນາມ.

ສ່ວນທ່ານ Keng Hooi ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງກຸ່ມບໍລິສັດປະກັນໄພ AIA ຕີລາຄາສູງຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງລັດຖະບານ ຫວຽດນາມ ໃນຊຸມປີຜ່ານມາ ແລະ ຮັບຮູ້ວ່າ: ຫວຽດນາມ ແມ່ນຕະຫລາດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອລົງທຶນດ້ານການເງິນ. ທ່ານປະທານ AIA ໃຫ້ຮູ້ວ່າ: ກຸ່ມບໍລິສັດ ຈະສືບຕໍ່ລົງທຶນເຂົ້າພັນທະບັດລັດຖະບານໄລຍະຍາວຢູ່ ຫວຽດນາມ ແລະ ສຸມໃສ່ເຂົ້າຂົງເຂດປະກັນຊີວິດ, ຮັບໃຊ້ຄວາມຕ້ອງການຍາວນານຂອງປະຊາຊົນ.