ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ

ກ່າວຄຳເຫັນທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ບັນດາພະສົງສຳມະເນັນ ແລະ ຊາວເຜົ່າ ຂະແມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ສີສັນວັດທະນະທຳອັນດີງາ ແລະ ມູນເຊື້ອຮັກຊາດ... ເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານເລຂາຄະນະພັກແຂວງໆຊອກຈັງ ເລີມວັນເມີ້ນ ປາດຖະໜາວ່າ ພັກ, ລັດ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍແຂວງຊອກຈັງໃນຂະບວນວິວັດແຫ່ງການສ້າງແຂວງໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ໃນຕອນບ່າຍວັນດຽວກັນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດເຈີນແທງເໝິ້ນ ກໍໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay Tet ແດ່ຊາວເຜົ່າ ຂະແມ ໃນແຂວງອານຢາງ