ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮວະ ຕ້ອນຮັບ ພະມະເຫສີ ໂຮນລັງ Maxima (ພາບ: ຫວຽດນາມ+)

ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ພະມະເຫສີ Maxima ຕີລາຄາສູງບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ, ປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ແມ່ນບັນດາບົດຮຽນໃຫ້ແກ່ບັນດາປະເທດ ອື່ນໃນໂລກ. ພ້ອມທັງໃຫ້ຮູ້ວ່າ ຜ່ານການຢ້ຽມຢາມ, ພະມະເຫສີ Maxima ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ປຶກສາຫາລືບັນດາບັນຫາຍຸດທະສາດ ກ່ຽວກັບການເງິນກວມລວມດ້ວຍຄວາມສາມາດຊຳລະຢ່າງມີປະສິດທິຜົນ, ສອດຄ່ອງກັບຄວາມສາມາດໃຊ້ຈ່າຍຂອງປະຊາຊົນ ແລະ ພື້ນຖານເສດຖະກິດ-ສັງຄົມ.

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຮວະ ໃຫ້ຮູ້ວ່າ ຫວຽດນາມເຂົ້າໃຈແຈ້ງ 3 ເສົາຄໍ້າ ຂອງການເຕີບໂຕ ແມ່ນຄວາມໝັ້ນຄົງຂອງເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ. ເນື້ອໃນຂອງການເຕີບໂຕຮອບດ້ານໄດ້ຮັບການຮັບຮອງເອົາຈາກຫວຽດນາມ ແລະ ຖືກນຳເຂົ້າໃນໂຄງການດຳເນີນງານຂັ້ນ ລັດຖະມົນຕີຂອງບັນດາປະເທດສະມາຊິກ APEC – 2017.