ຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ບັນດາສະມາຊິກເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ (ພາບ: VGP)

ເມື່ອໂອ້ລົມກັບບັນດາເພື່ອນໜຸ່ມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ເພີ່ມທະວີກຳລັງຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ລະບົບປະດິດຄິດສ້າງ ແມ່ນຄວາມຮຽກຮ້ອງບຸກທະລຸຂອງແຕ່ລະປະເທດໃນສະພາບການພັດທະນາຄືປັດຈຸບັນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ: ປີ 2018, ແຜນຮ່າງລະບົບພູມປັນຍາຫວຽດຫັນເປັນດີຈີຕອນໄດ້ຮັບການຜັນຂະຫຍາຍ, ວາງຄາດໝາຍສ້າງລະບົບພູມປັນຍາສັງລວມໃນທຸກຂົງເຂດ, ພິເສດແມ່ນບັນດາຂົງເຂດທີ່ກ່ຽວຂ້ອງໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ແຕ່ລະຄົນ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ: ບັນດາສະມາຊິກຂອງເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ ຈົ່ງຕັ້ງໜ້າເຂົ້າຮ່ວມແຜນຮ່າງລະບົບພູມປັນຍາຫວຽດຫັນເປັນດີຈີຕອນ ດ້ວຍຄວາມຄາດຫວັງ, ພູມປັນຍາ, ຄວາມສາມາດສຳພັດກັບເຕັກໂນໂລຊີຢ່າງວ່ອງໄວ.