|
(ພາບ: TTXVN) |
ທີ່ການພົບປະກັບ ທ່ານ Date Chuichi ປະທານສະພາສູງຍີ່ປຸ່ນ, ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ໄດ້ສະເໜີໃຫ້ສະພາສູງຍີປຸ່ນ ສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເປີດກວ້າງການຮ່ວມມືອັນແທດຈິງລະຫວ່າງອົງການນິຕິບັນຍັດຂອງສອງປະເທດ; ແບ່ງປັນບົດຮຽນໃນວຽກງານກໍ່ສ້າງ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະຕິຮູບຕຸລາການ. ພ້ອມກັນນັ້ນ, ເພີ່ມທະວີການສົມທົບ, ຮ່ວມມືກັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຍີ່ປຸ່ນ ຢູ່ບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ໃນໂລກ.
ທີ່ການຕ້ອນຮັບ ທ່ານ Yoko Kamikawa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ, ທ່ານ ຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ກະຊວງຍຸຕິທຳຍີ່ປຸ່ນ ເພີ່ມທະວີການແລກປ່ຽນ, ຍູ້ແຮງການຮ່ວມມືກັບຫວຽດນາມໃນວຽກງານໜູນຊ່ວຍ ກົດໝາຍແພ່ງ, ກົດໝາຍການຄ້າ ແລະ ກົດໝາຍອາຍາ; ສະເໜີໃຫ້ສອງຝ່າຍດຳເນີນການເຈລະຈາ ແລະ ລົງນາມໃນສັນຍາໜູນຊ່ວຍກົດໝາຍແພ່ງ ໂດຍໄວ.
ແລະໃນການຕ້ອນຮັບທ່ານປະທານ ກຸ່ມບໍລິສັດ AEON, Willer ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍຕັ້ງໜ້າປັບປຸງສະພາບແວດລ້ອມການລົງທຶນ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນລົງທຶນປະສົບຜົນສຳເລັດຢູ່ຫວຽດນາມ.

