ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ລອງອານ

(ພາບ: TTXVN)

ກ່າວຄຳເຫັນສະຫຼຸບການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດຈະຈັດກອງປະຊຸມ ແລະ ພິຈາລະນາບັນດາລັດຖະນະໂຍບາຍສຳຄັນ, ໃນນັ້ນມີບັນດາແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງບັນດາວິສາຫະກິດ. ພິເສດ, ພັກ, ລັດ, ລັດຖະບານ ພວມມານະພະຍາຍາມສ້າງນະໂຍບາຍ, ລະບອບລະບຽບການໃຫ້ສົມບູນແບບ; ເພີ່ມທະວີການປະຕິຮູບລະບຽບການບໍລິຫານ; ປ້ອງກັນຕ້ານການສໍ້ລາດບັງຫຼວງ… ເພື່ອສ້າງການຫັນປ່ຽນຢ່າງແຮງ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ, ວິສາຫະກິດມີຄວາມສະດວກໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ.

ຮັບຮູ້ບັນດາຄຳເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງວິສາຫະກິດແຂວງລອງອານ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ລັດຖະບານ, ບັນດາກະຊວງ, ຂະແໜງການຈະຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍໃນການວາງແຜນພັດທະນາພະລັງງານຜະລິດຄືນໃໝ່; ພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ… ເພື່ອສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດເຄື່ອນໄຫວ.