ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ

ເຮັດວຽກກັບການນຳສະພາຕຸລາການແຫ່ງຊາດອີຕາລີ

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ໄດ້ແນະນຳກ່ຽວກັບລະບົບຕຸລາການຂອງຫວຽດນາມ, ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນຕັ້ງໜ້າຂອງວິວັດທະນາການປະຕິຮູບຕຸລາການຢູ່ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນໃນການຜັນຂະຫຍາຍຍຸດທະສາດຕຸລາການຮອດປີ 2020. ພ້ອມກັນນັ້ນ, ທ່ານ ເຈືອງຮ່ວາບິ່ງ ກໍ່ປາດຖະໜາວ່າ, ສະພາຈະຍູ້ແຮງການຮ່ວມມື, ແບ່ງປັນບົດຮຽນ, ໜູນຊ່ວຍດ້ານເຕັກນິກໃນຂົງເຂດຕຸລາການໃຫ້ແກ່ສານປະຊາຊົນສູງສຸດຫວຽດນາມ.

ສ່ວນຜູ້ພິພາກສາ Sebastiano Ardita ຢືນຢັນວ່າ, ສະພາຕຸລາການແຫ່ງຊາດອີຕາລີ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນໃນຂົງເຂດກໍ່ສ້າງ ແລະ ຮັບປະກັນປະສິດທິຜົນການເຄື່ອນໄຫວຂອງລະບົບຕຸລາການ; ມີຄວາມສົນໃຈເປັນພິເສດເຖິງການຊອກຮູ້ບົດຮຽນຂອງບັນດາປະເທດພວມມີການເຄື່ອນໄຫວປະຕິຮູບດ້ານຕຸລາການຄືຫວຽດນາມ ແລະ ບາງປະເທດເອີລົບຕາເວັນອອກ.

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີກ່ຽວກັບຄວາມຈຳເປັນເພີ່ມທະວີການພົວພັນລະຫວ່າງລັດຖະບານ, ອົງການຕຸລາການຂອງ 2 ປະເທດໃນຂົງເຂດຕຸລາການ ແລະ ແລກປ່ຽນ, ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສານສູງສຸດຫວຽດນາມ ແລະ ອີຕາລີ ໂດຍໄວ.