![]() |
ກ່າວຄຳເຫັນຕໍ່ກັບນັກທຸລະກິດ 100 ຄົນ ທີ່ຕາງໜ້າໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດີເດັ່ນຂອງ ຫວຽດນາມ, ທ່ານ ນາງ ຮອງປະທານປະເທດ ໄດ້ຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງວິສາຫະກິດ, ນັກທຸລະກິດໃນການປະຕິບັດວຽກງານ “ຕອບບຸນແທນຄຸນ”, ເຄື່ອນໄຫວເພື່ອການກຸສົນໃນສັງຄົມ. ທ່ານ ນາງ ຮອງປະທານປະເທດ ຢັງຢືນວ່າ: ວິສາຫະກິດເອກະຊົນແມ່ນກຳລັງໜູນເສດຖະກິດທີ່ສຳຄັນຂອງປະເທດຊາດ; ພັກ, ລັດ, ລັດຖະບານຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ. ທ່ານນາງ ຮອງປະທານປະເທດ ປາຖະໜາວ່າ: ບັນດາວິສາຫະກິດ, ນັກທຸລະກິດຈະມານະພະຍາຍາມຜ່ານຜ່າສິ່ງທ້າທາຍ; ສ້າງເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງຄວາມແກ້ງແຍ້ງໃຫ້ແກ່ສິນຄ້າຫວຽດນາມ; ປະກອບສ່ວນຕັ້ງໜ້າ, ເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ”, ວຽກງານເພື່ອການກຸສົນຂອງສັງຄົມ.

