ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງຢ້ຽມຢາມ,ມອບຂອງຂວັນຢູ່ແຂວງຕ່ຽນຢາງ

(ພາບ: TTXVN)

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຂອງຂວັນໃຫ້ຄອບຄົວທຸກຍາກ 100 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ; ມອບຂອງຂວັນໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ 100 ພູດ, ແຕ່ລະພູດມີມູນຄ່າ 1,3 ລ້ານດົ່ງ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ຮຽກຮ້ອງ, ຂົນຂວາຍບັນດາອົງການຈັດຕັ້ງ, ວິສາຫະກິດສະໜັບສະໜູນຊ່ວຍເຫຼືອແຂວງຕ່ຽນຢາງ ປຸກສ້າງເຮືອນ “ມະຫາສາມັກຄີ” 6 ຫຼັງ ແລະ ຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກ 300 ພູດ, ລວມມູນຄ່າ 420 ລ້ານດົ່ງ.