|
(ພາບ: TTXVN) |
ແລະ ຍ້ອງຍໍບັນດາການປະກອບສ່ວນຂອງ ຜູ້ມີຍົດຖາບັນດາສັກທາງສາສະໜາ, ຜູ້ມີອິດທິພົນຊື່ສຽງແຂວງບິ່ງທ້ວນ ໃນໄລຍະຜ່ານມາ. ທ່ານນາງຮອງປະທານປະເທດຊີ້ແຈ້ງວ່າ, ດ້ວຍການຂົນຂວາຍຂອງຜູ້ມີຍົດຖາບັນດາສັກ ທາງສາສະໜາ, ຜູ້ມີອິດທິພົນຊື່ສຽງ, ສາສະນິກກະຊົນເປັນຈຳນວນຫຼວງຫຼາຍ ໄດ້ເຕົ້າໂຮມໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ. ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາຜູ້ມີຍົດຖາບັນດາສັກທາງສາສະໜາ, ຜູ້ມີອິດທິພົນຊື່ສຽງແຂວງບິ່ງທ້ວນ ຈະສືບຕໍ່ເສີມຂະຫຍາຍບົດບາດຂົນຂວາຍ, ຊັກຈູງສາສະນິກກະຊົນໃນອົງການຂອງຕົນເພື່ອຮ່ວມເດີນທາງພ້ອມກັບປະເທດຊາດ; ປະກອບສ່ວນການສ້າງສາປະເທດຊາດໃຫ້ນັບມື້ນັບສີວິໄລ, ຮັ່ງມີ ແລະ ສວຍງາມ.

