ທ່ານນາງ ຕ່ອງທິງຟ໊ອງ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ຢັ້ງຢືນວ່າ: ພັກ ແລະ ລັດ ຫວຽດນາມ ກຳນົດບັນຫາຊົນເຜົ່າ, ວຽກງານຊົນເຜົ່າ ແລະ ຄວາມສາມັກຄີຊົນເຜົ່າແມ່ນໜ້າທີ່ຍຸດທະສາດໃນໄລຍະໃໝ່. ທ່ານນາງ ຕ່ອງທິງຟ໊ອງ ກ່າວວ່າ:

ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”, ເພື່ອແນໃສ່ປະກອບສ່ວນຮັກສາປະເທດຊາດເປັນເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຢ່າງມີໄຊ ເພື່ອຈຸດປະສົງປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.