ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງ ຕ້ອນຮັບເລຂາຜູ້ທີໜຶ່ງຄະນະຊາວໜຸ່ມກອມມູນິດກຸຍບາ

(ພາບ: daibieunhandan.vn)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕີລາຄາສູງເລື່ອງຄະນະຊາວໜຸ່ມ 2 ປະເທດ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືໃໝ່, ແທດຈິງ, ແທດເໝາະກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ຄວາມຕ້ອງການຂອງຊາວໜຸ່ມ 2 ປະເທດໃນໄລຍະປະຕິວັດໃໝ່.

ສ່ວນທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດກຸຍບາ Susely Morfa Gonzalez ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ຂອງຄະນະ ແມ່ນຊອກຮູ້ກ່ຽວກັບວິທີການສຶກສາອົບຮົມ, ບຳລຸງສ້າງຊາວໜຸ່ມຫວຽດນາມ, ປະກອບສ່ວນໃຫ້ແກ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.