ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍງວຽນ (ພາບ: ຫວຽດນາມ+)

ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມອບເງິນ 25 ລ້ານດົ່ງໃຫ້ຄະນະກຳມະການປະຊາຊົນເມືອງ ດ້າຍຕື ເພື່ອປະກອບສ່ວນໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ທະຫານເສຍອົງຄະທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນ 5 ພຸດໃຫ້ແກ່ບັນດາຄອບຄົວນະໂຍບາຍຢູ່ທ້ອງຖິ່ນ ແລະ ບັນດາຂອງຂວັນທີ່ມີຄວາມໝາຍອື່ນໆໃຫ້ຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບເຂດປອດໄພດິງຮ໋ວາ.

ແລະກໍ່ໃນວັນທີ 11 ມິຖຸນາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາໄລເສດຖະກິດ - ການເງິນ ແລະ ເຕັກໂນໂລຊີ ທ໋າຍງວຽນ.