ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ ເຊີນລາ (ພາບ: quochoi.vn) |
ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີໃຫ້ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເມືອງ ໂມກເຈົາ ຈົ່ງເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ເລືອກເຟັ້ນເອົາແນວປູກ ແລະ ສັດລ້ຽງປະເພດຕ່າງໆທີ່ເປັນປາຍແຫຼມເຂົ້າໃນການຜະລິດ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນກະເສດ ແລະ ມຸ່ງໄປສູ່ການສົ່ງອອກຂາຍໃຫ້ຕະຫຼາດສາກົນ. ແລະກໍໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກໍໄດ້ມີການເຮັດວຽກກັບການນໍາເມືອງ ໂມກເຈົາ ກ່ຽວກັບການກໍານົດທິດພັດທະນາເມືອງໂມກເຈົາ.

