ໃນ​ຖະ​ແຫຼງ​ການ​ໜຶ່ງ​ທາງ​ສື່​ສັງ​ຄົມ​ອອນ​ໄລ X, ທ່ານ Andy Burham ອາ​ຍຸ 56 ປີ, ຮຽກ​ຮ້ອງ​ໃຫ້​ມີ​​ວິ​ວັດທະ​ນາ​ການ​ມອບ​ຮັບ “ທີ່​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ມີ​ຄວາ​ມ​ຮັບ​ຜິດ​ຊອບ” ພາຍຫຼັງ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Keir Starmer ຖະ​ແຫຼງ​​ລາອອກ​ຈາກ​ຕຳ​ແໜ່ງ. ເມື່ອ​ຢັ້ງ​ຢືນ​ຈະ​ອອກ​ສະ​ໝັກ​ຮັບ​ເລືອກຕັ້ງ​ເຂົ້າ​ຕຳ​ແໜ່ງ​ການ​ນຳ​ພັກ​ສາ​ທາ​ລະ​ນະ, ທ່ານ​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ Manchester ກໍ ສະ​ແດງ​ຄວາມ​ຫວັງ​ວ່າ ການ​ປ່ຽນ​ແປງ​ດ້ານ​ການ​ເມືອງ​ຄັ້ງ​ນີ້ ບໍ່​ຄວນ​ສົ່ງ​ຜົນ​ກະ​ທົບເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ຮຽກ​ຮ້ອງ​ໃຫ້​​ວິ​ວັດ​ທະ​ນາ​ການມອບ​ຮັບ​ນີ້ ກາຍ​ເປັນ​ວິ​ວັດ​ທະ​ນ​າ​ການ​ປ່ຽນ​ແປງ​ໃໝ່​ທີ່​ຕັ້ງ​ໜ້າ​ໃຫ້​​ທັງ​ພັກ​ສາ​ທາ​ລະ​ນະ ແລະ ປະ​ເທດ ອັງ​ກິດ.

ກ່ອນ​ໜ້າ​ນັ້ນ, ພາ​ຍຫຼັງ​ຖະ​ແຫຼງ​ລາ​ອອກ​ຈາກ​ຕຳ​ແໜ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Starmer ໃຫ້​ຮູ້​ວ່າ ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຂອງ​ພັກ​ສາ​ທາ​ລະ​ນະ ສ້າງ​ແຜນ​ການ​ລະ​ອຽດ, ດ້ວຍ​ເລື່ອງ​ຈ​ົດ​ທະ​ບຽນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນ​ການ​ນຳ​ໃນ​ວັນ​ທີ 9 ກໍ​ລະ​ກົດ, ເພື່ອ​ໃຫ້​ການ​ເລືອກ​ຕັ້ງ​ການ​ນຳ​ຄົນ​ໃໝ່​ຂອງ​ພັກ​ນີ້ສຳ​ເລັດ​ກ່ອນ​ເວ​ລາ​ທີ່ສະ​ພາ​ແຫ່ງ​ຊາດ ອັງ​ກິດ​ ໂຮ​ມ​ປະ​ຊຸມ​ໃນ​ເດືອ​ນ ກັນ​ຍາ ຈະ​ມາ​ເຖິງ.