ຊື່ສຽງຮຽງນາມຂອງນັກຮົບວິລະຊົນ ລາວັນເກົ໋າ ໄດ້ຕິດພັນກັບໄຊຊະນະຢູ່ຖານທີ່ໝັ້ນ ດົງເຄ ໃນບັ້ນຮົບຊາຍແດນລະດູໃບໄມ້ຫຼົ່ນ - ລະດູໜາວ ປີ 1950. ເມື່ອໄດ້ຮັບໜ້າທີ່ນຳລະເບີດພົກຕີປ້ອມໝັ້ນຕັ້ງຢູ່ຂົວ ເພື່ອເປີດເສັ້ນທາງໃຫ້ກົມກອງບຸກໂຈມຕີ, ແຂນເບື້ອງຂວາຂອງທ່ານຖືກລູກປືນຂອງສັດຕູຍິງມຸ່ນ. ດ້ວຍເຈດຈຳນົງ “ຍັງມີຊີວິດແມ່ນຍັງສືບຕໍ່ຕໍ່ສູ້”, ທ່ານໄດ້ຮຽກຮ້ອງໃຫ້ເພື່ອນຮ່ວມກົມກອງຕັດແຂນທີ່ມຸ່ນນັ້ນຖິ້ມ, ສືບຕໍ່ໃຊ້ແຂນເບື້ອງຊາຍກອດເອົາລະເບີດພົກລຸບໄປທຳລາຍປ້ອມໝັ້ນຂອງສັດຕູ, ເປີດເສັ້ນທາງໃຫ້ກົມກອງບຸກໂຈມຕີຍາດເອົາໄຊຊະນະ. ໄຊຊະນະນັ້ນໄດ້ກາຍເປັນສັນຍາລັກອັນໃສແຈ້ງຂອງນ້ຳໃຈກ້າຫານ, ຈິດໃຈເດັດດ່ຽວຕໍ່ສູ້ເພື່ອຍາດເອົາໄຊຊະນະ ແລະ ລັດທິວິລະຊົນປະຕິວັດ ຫວຽດນາມ.
ດ້ວຍບັນດາຜົນງານພົ້ນເດັ່ນພິເສດນັ້ນ, ປີ 1952, ທ່ານເປັນກຽດແມ່ນໜຶ່ງໃນບັນດານັກຮົບທີ່ໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນຈາກພັກແລະລັດ.
ພາຍຫຼັງສົງຄາມ, ທ່ານສືບຕໍ່ດຳລົງຫຼາຍຕຳແໜ່ງໃນຂົງເຂດໂຄສະນາອົບຮົມ, ວຽກງານຊາວໜຸ່ມ, ວຽກງານພະລັງງານ; ໄດ້ຮັບເລື່ອນຊັ້ນເປັນພັນເອກພິເສດ ແລະ ພັກບຳນານໃນປີ 1996.
