ທ່ານປະລິນຍາເອກດ້ານການເມືອງ Evgeny Vlasov (ພາບ: baoquocte.vn)

ເຕື້ອງເຖິງບັນດາສິ່ງທ້າທາຍກ່ຽວກັບການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສະພາບພາກພື້ນ ແລະ ສາກົນມີການຜັນແປສັບສົນຫລາຍຢ່າງ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ທ່ານປະລິນຍາເອກດ້ານການເມືອງ Evgeny Vlasov, ສັງກັດມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ (DVFU) ລັດເຊີຍ, ຊີ້ແຈ້ງວ່າ ຫວຽດນາມ ພວມຢູ່ໃນ ເຂດພູມສາດ - ການເມືອງສັບສົນທີ່ສຸດ, ຢູ່ໃຈກາງພາກພື້ນອາຊີ - ປາຊີຟິກ. ສະນັ້ນ, ຕາມທ່ານແລ້ວ ການແກ້ໄຂການພົວພັນກັບບັນດາຄູ່ຮ່ວມມືຢ່າງກົມກຽວແມ່ນສິ່ງທ້າທາຍໃຫຍ່ສຳລັບ ຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດສຳເລັດນະໂຍບາຍຫັນການພົວພັນສາກົນເປັນຫລາຍຝ່າຍ, ຫລາຍທິດ ແລະ ຮັກສາການພົວພັນອັນດີງາມ ບໍ່ພຽງແຕ່ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກນັບທັງບັນດາຄູ່ຮ່ວມມືອີກດ້ວຍ.