ບົດຂຽນໄດ້ຍົກອອກຂໍ້ສັງເກດວ່າ EVFTA ອາດຈະຊ່ວຍ ຫວຽດນາມ ເພີ່ມທະວີລັກສະນະແກ່ງແຍ້ງ ແລະ ກຳລັງດຶງດູດກັບບັນດານັກລົງທຶນຕ່າງປະເທດ. ມາຮອດປະຈຸບັນ, ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນອກຈາກປະເທດສິງກະໂປແລ້ວ ຫາກໍ່ມີປະເທດ ຫວຽດນາມ ບັນລຸໄດ້ສັນຍາການຄ້າເສລີກັບອີຢູຕື່ມອີກ.

ວັນທີ 08 ມິຖຸນາ, ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ຫວຽດນາມ (EuroCham) ກໍ່ໄດ້ອອກຖະແຫຼງການລາຄາສູງສັນຍາການຄ້າເສລີລະຫວ່າງອີຢູ ແລະ ຫວຽດນາມ: “EVFTA ມີຄວາມສຳຄັນຍິ່ງກ່ວາເວລາໃດໝົດ ໃນສະພາບການສົງຄາມດ້ານການຄ້າ ແລະ ໂລກລະບາດໂຄວິດ-19 ເຮັດໃຫ້ບັນດາການເຄື່ອນໄຫວດ້ານການຄ້າທີ່ເປັນປົກກະຕິຖືກຕັດຂາດ ດ້ວຍຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ”.

ໃນຂະນະນັ້ນ, ທ່ານ Bruno Angelet ອະດີດຫົວໜ້າຜູ້ຕາງໜ້າອີຢູ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: “ສັນຍາ EVFTA ໄດ້ສ້າງຂີດໝາຍໃໝ່ໃນການພົວພັນແບບຍືນຍົງ ແລະ “ແຕກດອກອອກຜົນ” ເຊິ່ງບັນດາປະເທດສະມາຊິກອີຢູ ແລະ ຫວຽດນາມ ໄດ້ຮັບຜົນປະໂຫຍດມາກ່ວາ 3 ທົດສະວັດແລ້ວ. ໃນໄລຍະເວລານັ້ນ, ຫວຽດນາມ ໄດ້ມີລະດັບການເຕີບໂຕເສດຖະກິດທີ່ເປັນໜ້າສົນໃຈ.”