ທ່ານສາດສະດາຈານ ເຈິ່ນດັງຊວັນ, ໄດ້ຮັບການເຊີດຊູໃນຂົງເຂດກະສິກຳ ແລະ ວິທະຍາສາດພືດ
(ພາບ: TTXVN)

ເວັບໄຊ Research.com (ປະຕູຖານຂໍ້ມູນເອເລັກໂຕນິກສະຫງວນໃຫ້ບັນດານັກວິທະຍາສາດທົ່ວໂລກ) ຫາກໍ່ປະກາດອັບເດັດຕາຕະລາງບັນດານັກວິທະຍາສາດມີຜົນງານດີເດັ່ນໃນການຄົ້ນຄວ້າປີ 2023, ໃນນັ້ນ, ມີທ່ານສາດສະດາຈານ ເຈິ່ນດັງຊວັນ, ສັງກັດມະຫາວິທະຍາໄລ Hiroshima, ຊາວ ຫວຽດນາມ ຜູ້ດຽວຢູ່ ຍີ່ປຸ່ນ ມີຊື່ໃນບັນຊີລາຍຊື່ດັ່ງກ່າວ.

ທ່ານສາດສະດາຈານ ເຈິ່ນດັງຊວັນ, ໄດ້ຮັບການເຊີດຊູໃນຂົງເຂດກະສິກຳ ແລະ ວິທະຍາສາດພືດ. ທ່ານໄດ້ປະກາດກວ່າ 200 ບົດ ໃນບັນດາວາລະສານວິທະຍາສາດສາກົນ ແລະ ແມ່ນນັກວິທະຍາສາດຊອກໄດ້ສານສະສົມລ້ຳຄ່າມີຢູ່ໃນເຂົ້າສານ ມີຄຸນປະໂຫຍດກົດດັນມະເຮັງ ແລະ ພະຍາດເບົາຫວານ.