ບັນດາກຳລັງກູ້ໄພກູ້​ຊີບຂອງເນປານໄດ້ຟື້ນຟູກິດຈະກຳຊອກຫາ, ກູ້ໄພກູ້​ຊີບຢູ່ທີ່ບັນດາ ຂົງເຂດຖືກທຳລາຍໂດຍໄພພິບັດນໍ້າໄຫຼຊູ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງຢູ່ເຂດ ຊາຍແດນ ລະຫວ່າງ ສອງປະເທດ, ພາຍຫຼັງຕ້ອງໄດ້ຢຸດຊົ່ວຄາວເພາະຄວາມສ່ຽງ ບຶງນໍ້າແຫ່ງໜຶ່ງທີ່ຖືກສ້າງຂຶ້ນໂດຍດິນເຈື່ອນຖືກແຕກຝັ່ງ.

ຢູ່ທີ່ເນປານ, ເຈົ້າໜ້າທີ່ຄວາມໝັ້ນຄົງນັບພັນຄົນພ້ອມດ້ວຍເຮລິກອບເຕີທະຫານ ໄດ້ຮັບການລະດົມກັບຄືນເພື່ອເຂົ້າເຖິງບັນດາຂົງເຂດທີ່​ຍັງບໍ່ສາມາດເຂົ້າເຖິງດ້ວຍທາງບົກ, ຫຼັງຈາກໄລຍະໜຶ່ງຢຸດຊົ່ວຄາວ ຍ້ອນບຶງນໍ້າແຫ່ງໜຶ່ງທີ່ຖືກສ້າງຂຶ້ນຫຼັງໄພພິບັດ.

ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 29 ສິງ​ຫາ, ອຳນາດການປົກຄອງເນປານໄດ້ຢັ້ງຢືນມີ 579 ຄົນ ເສຍຊີວິດ ແລະ 1.924 ຄົນຫາຍຊາບສູນ. ໃນຂະນະທີ່, ຢູ່ເຂດຕິເບດ ຂອງ ຈີນ, ມີ 7 ຄົນ ໄດ້ຮັບການ​ຢັ້ງຢືນເສຍຊີວິດ ແລະ 554 ຄົນຫາຍ​ຊາບສູບ. ຕົວເລກຈຳ​ນວນ​ຜູ້​ເສຍ​ຊ​ີ​ວິດ ແລະ ຮັບ​ບາດ​ເຈັບຄາດວ່າຈະສືບຕໍ່ເພີ່ມຂຶ້ນ, ຍ້ອນຫຼາຍເຂດພູດອຍຫ່າງໄກສອກຫຼີກ ຍັງຖືກປິ​ດ​ລ້ອມໂດດດ່ຽວ.