ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ: ປະຫວັດສາດ ແລະ ແງ່ຫວັງ” ທີ່ດໍາເນີນໃນຕອນເຊົ້າວັນທີ 21 ກັນຍາຢູ່ຮ່າໂນ້ຍ

(ພາບ: qdnd.vn)

ນີ້ແມ່ນຄໍາເຫັນປະກອບຂອງ ທ່ານ ສາດສະດາຈານ ປະລິນຍາເອກ ຫງວຽນຊວນທັ໊ງ ເລຂາສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ທີ່ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ: ປະຫວັດສາດ ແລະ ແງ່ຫວັງ” ທີ່ດໍາເນີນໃນຕອນເຊົ້າວັນທີ 21 ກັນຍາຢູ່ຮ່າໂນ້ຍ, ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັບ ສະຖານທູດຍີ່ປຸ່ນ ປະຈໍາຫວຽດນາມ ຈັດຕັ້ງ.

ທີ່ກອງປະຊຸມ, ທ່ານເນັ້ນໜັກວ່າ ສອງປະເທດ ຄວນສືບຕໍ່ຍົກສູງປະສິດທິຜົນໃນການເຊື່ອມຕໍ່ ແລະ ຮ່ວມມືດ້ານເສດຖະກິດ, ປັບຕົວໃຫ້ແທດເໝາະກັບທ່າອ່່ຽງ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ຮັບມືກັບການຜັນແປຢ່າງວ່ອງໄວຂອງການປະຕິວັດອຸດສາຫະກໍາຄັ້ງທີ 4. ຍີ່ປຸ່ນ ແລະ ຫວຽດນາມ ຄວນສວມບົດບາດສໍາຄັນໃນເລື່ອງຊຸກຍູ້ການຫັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າສົມທົບກັນເຈລະຈາ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ພ້ອມທັງມານະພະຍາຍາມເຂົ້າຮ່ວມການສ້າງ ແລະ ເຊື່ອມຕໍ່ກັບພາກພື້ນເສດຖະກິດປາຊີຟິກ - ມະຫາສະໝຸດອິນເດຍ ຕາມທິດເສລີ ແລະ ເປີດກວ້າງ.