ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 06 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ New Delhi, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນ​າມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານ Droupadi Murmu, ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ.

ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ ຍາມ​ໃດກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ແກ່​ການ​ຮ່ວມ​ມື​ກັບ ອິນ​ເດຍ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບົດ​ບາດອັນ​ໃຫຍ​່​ຫຼວງກວ່າ​ອີກ​ຂອງ ອິນ​ເດຍ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ສະ​ໜັບ​ສະ​ໜູນ ອິນ​ເດຍ ຍູ້​ແຮງ​ນະ​ໂຍ​ບາຍ “​ການ​ກະ​ທຳມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ແລະ ​ການເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ.

ເມື່ອ​ແຈ້ງ​ໝາກ​ຜົນ​ການ​​ພົບ​ປະເຈ​ລະ​ຈາ​ທີ່​ບັນ​ລຸ​ຜົນ​ສຳ​ເລັດ​ກັບ​ທ່ານ Narendra Modi, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​​ທະ​ວີ ບົນ​ຈິດ​ໃຈແບ່ງ​ປັນ​ວິ​ໄສ​ທັດ, ເຕົ້າ​ໂຮມ​ຍຸດ​ທະ​ສາດ ແລະ ​ການຮ່ວມ​ມື​ຢ່າງ​ແ​ທ້​ຈິງ.

ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Droupadi Murmu ກໍ່ຢືນ​ຢັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮ​ງ​ຕໍ່​ເລື່ອງ 2 ປະ​ເທດ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ໃນ​ຂອ​ບ​ເຂດ​ໃໝ່​ເລິກ​ເຊິ່ງກວ່າ​ເກົ່າ.