ຍາມ​ໃດ ຫວຽດນາມ ກໍ່ຖື​ເປັນ​ສຳ​ຄັນການພົວພັນກັບ ຝລັ່ງ - ຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU). ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນຕອນບ່າຍວັນທີ 4 ກັນຍາ ທີ່ຮ່າໂນ້ຍ, ເມື່ອທ່ານໄດ້ຕ້ອນຮັບ ທ່ານ Olivier Brochet, ເອກອັກຄະລັດຖະທູດ ຝ​ລັ່ງ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ​ເນື່ອງ​ໃນ​ໂອ​ກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະເໜີໃຫ້ສອງຝ່າຍ ຮັກສາການແລກປ່ຽນ, ການ​ພົບ​ປະ​ຂັ້ນ​ສູງ; ​ຜັນ​ຂະ​ຫຍາຍ​ບັນ​ດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວໃຫ້​ມີ​ປະ​ສິດ​ທິ​ຜົນ; ​ເປັນ​ເຈົ້າ​ການ​ເປີດກວ້າງ ການຮ່ວມມືໃໝ່​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ທ່ານ​ສະ​ເໜີ​ໃຫ້ ຝ​ລັ່ງ ສົ່ງ​ເສີມວິ​ສາ​ຫະ​ກິດເພີ່ມ​ທ​ະ​ວີ​ການ​ລົງ​ທຶນ, ເປີດກວ້າງ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ; ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພາບ ເອີ​ລົບ (EVIPA) ໂດຍໄວ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື, ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​​ຫຼາຍກວ່າອີກ.

ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Olivier Brochet ຢືນ​ຢັນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ​ເລື່ອງ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຝ​ລັ່ງ ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.