ວັນທີ 26 ກໍລະກົດ, ອົງການອາວະກາດ ສະຫະພັນ ລັດເຊຍ (Roscosmos) ໃຫ້ຮູ້ວ່າ ຍານອາວະກາດ Soyuz MS-28 ໄດ້ຈອດລົງຢ່າງປອດໄພ, ນຳນັກບິນອາວະກາດລັດເຊຍ ສອງຄົນ ແລະ ນັກບິນອາວະກາດອົງການການບິນ ອາວະກາດ ອາເມລິກາ (NASA) ກັບໜ່ວຍໂລກພາຍຫຼັງ 241 ວັນເຮັດວຽກຢູ່ປ້ອມອາວະກາດ ສາກົນ (ISS). ໃນເວລາເຮັດວຽກຢູ່ ISS ກວ່າ 8 ເດືອນ, ກອງອາວະກາດໄດ້ປະຕິບັດຫຼາຍການທົດລອງວິທະຍາສາດ, ບຳລຸງຮັກສາບັນດາລະບົບຂອງ ປ້ອມ ISS. ຕາມກົນໄກແລກປ່ຽນບ່ອນນັ່ງລະຫວ່າງບັນດາ ອົງການອາວະກາດສະຫະພັນ ລັດເຊຍ ແລະ ອົງການການບິນອາວະກາດ ອາເມລິກາແລ້ວ, ບັນດານັກບິນອາວະກາດຂອງສອງປະເທດ ສືບຕໍ່ເຂົ້າຮ່ວມບັນດາພາລະກິດເພື່ອແນໃສ່ຮັກສາບັນດາການເຄື່ອນໄຫວຂອງ ISS.
