ທ່ານຫວໍຕວນເຍິນ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານນາງ Yubari Sato ລັດຖະມົນຕີກະຊວງຊັບພະຍາກອນ ຍີ່ປຸ່ນ ມອບຂອງຂວັນທີ່ລະນຶກຢູ່ການພົບປະສອງຝ່າຍ (ພາບ: TTXVN) |
ທີ່ກອງປະຊຸມ, ທ່ານນາງ Yubari Sato ໄດ້ແລກປ່ຽນບັນດາເນື້ອໃນບຸລິມະສິດໃນການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ກໍ່ຄືການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ເມື່ອແລກປ່ຽນກ່ຽວກັບບັນຫາຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ມະຫາສະມຸດ. ທ່ານ ຫວໍຕ໊ວນເຍິນ ໄດ້ແບ່ງປັນບັນດາການເຄື່ອນໄຫວ ທີ່ ຫວຽດນາມພວມຜັນຂະຫຍາຍໃນປັດຈຸບັນ. ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ສຸມໃສ່ເຂົ້າໃນການແກ້ໄຂມົນລະພິດຍ້ອນສິ່ງເສດເຫຼືອແຂງ ແລະ ເພີ່ມທະວີບັນດາວິທີກ້າວໜ້າໃນການກຳຈັດສິ່ງເສດເຫຼືອແຂງ. ໃນຖານະເປັນປະທານ ອາຊຽນໃນປີ 2020, ຫວຽດນາມຖືເນື້ອໃນ ຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ມະຫາສະມຸດແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດທີ່ໄດ້ຮັບການຜັນຂະຫຍາຍ. ທີ່ກອງປະຊຸມ, ທ່ານ ຫວໍຕ໊ວນເຍິນ ໄດ້ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມກ່ຽວກັບເຕັກໂນໂລຢີກຳຈັດຂີ້ເຫຍື້ອໃນການດຳລົງຊີວິດ ແລະ ປະກາດການຄາດຄະເນວ່າ ໃນເດືອນຕຸລາ - ພະຈິກ 2019 ນີ້, ຫວຽດນາມຈະຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບສິ່ງເສດເຫຼືອແຂງ ແລະ ຫວັງວ່າ ຍີ່ປຸ່ນຈະແນະນຳບັນດາເຕັກໂນໂລຢີທີ່ກ້າວໜ້າເພື່ອກຳຈັດ ຂີ້ເຫຍື້ອໃນການດຳລົງຊີວິດ ແລະ ສາມາດນຳໃຊ້ໄດ້ຢູ່ ຫວຽດນາມ.
ສ່ວນທ່ານນາງ Yubari Sato ກໍ່ສະແດງຄວາມສົນໃຈ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນ ຫວຽດນາມໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນປີເປັນປະທານ ອາຊຽນ 2020. ທ່ານນາງຮັບຮູ້ການແບ່ງປັນຂອງທ່ານຮອງລັດຖະມົນຕີ ຫວໍຕວນເຍິນກ່ຽວກັບເນື້ອໃນ ຫວຽດນາມ ຈະ ໃຫ້ບຸລິມະສິດຍົກອອກມາໃນປີເປັນ ປະທານ ອາຊຽນ 2020 ແມ່ນຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ທະເລ. ທ່ານນາງ Yubari Sato ຫວັງວ່າ ຫວຽດນາມຈະປະສົບຜົນສຳເລັດໃນບົດບາດເປັນປະທານອາຊຽນ ໃນ ປີ 2020.
