|
(ພາບ:Chiang Rai Times) |
ກອງປະຊຸມສຸດຍອດ ຍີ່ປຸ່ນ - ຈີນ - ສ.ເກົາຫຼີ ປີນີ້ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ມີການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສາມປະເທດອາຊີຕາເວັນອອກ ເພື່ອບັງຄັບ ສປປ.ເກົາຫຼີຕ້ອງມີການກະທຳລະອຽດ ແນໃສ່ຍົກເລີກໂຄງການລູກສອນໄຟ ແລະ ນິວເຄຼຍ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກໍປາດຖະໜາວ່າ ສາມປະເທດອາຊີຕາເວັນອອກ ຈະຮ່ວມມືກັນແກ້ໄຂບັນຫາຕົວປະກັນຊາວຍີ່ປຸ່ນກ່ອນນີ້ໂດຍໄວ.
ພາຍຫຼັງສິ້ນສຸດກອງປະຊຸມ, ຄາດວ່າສາມປະເທດຈະອອກຖະແຫຼງການຮ່ວມ; ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະເຈລະຈາສະເພາະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຕາມລຳດັບ.

