ເຊິ່ງ ໂຕກຽວ ໄດ້ຖະແຫຼງວ່າ ແມ່ນຈຸດພື້ນຖານໃຫ້ເຂດເສດຖະກິດຈຳເພາະ (EEZ) ມີຂອບເຂດກ່ວາ 320 ກິໂລແມັດ ຂອງປະເທດນີ້. ໂຕກຽວ ມີການກະທຳດັ່ງກ່າວ, ພາຍຫລັງວັນທີ 18 ທັນວາ 2018, ເມື່ອກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ພົບເຫັນກ່ຳປັ່ນຄົ້ນຄວ້າລຳໜຶ່ງຂອງ ຈີນ ເຄື່ອນໄຫວຢູ່ເຂດທະເລໃກ້ກັບເກາະນ້ອຍແຫ່ງນີ້. ກ່ຳປັ່ນ ຈີນ ໄດ້ອະທິບາຍກັບອົງການປ້ອງກັນຄວາມປອດໄພໃນການເດີນເຮືອຂອງ ຍີ່ປຸ່ນ ວ່າ: ເຂົາເຈົ້າກຳລັງ “ດຳເນີນການຄົ້ນຄວ້າມະຫາສະໝຸດຢູ່ເຂດທະເລນອກຝັ່ງ”.

ເກາະ Okinotori ຕັ້ງຢູ່ລະຫວ່າງກາງຜືນແຜ່ນດິນ ໄຕ້ຫວັນ (ຈີນ) ແລະ ເກາະ Guam ຂຶ້ນກັບ ອາເມລິກາ, ແມ່ນຈຸດເຂດນ້ຳແດນດິນໃຕ້ຂອງ ຍີ່ປຸ່ນ, ຫ່າງຈາກນະຄອນຫລວງ ໂຕກຽວ ໄປທາງທິດໃຕ້ 1.700 ກີໂລແມັດ.