(ພາບປະກອບ) |
ຕາມວົງການເຈົ້າໜ້າທີ່ ຍີ່ປຸ່ນ ແລ້ວ, ນີ້ແມ່ນຄັ້ງທຳອິດ ທີ່ເຮືອບິນດັ່ງກ່າວ ໄດ້ບິນໃກ້ກັບບັນດາເກາະດັ່ງກ່າວ ແລະ ກໍ່ແມ່ນຄັ້ງທີ 13 ໃນປີນີ້ ບັນດາກ່ຳປັ່ນຕຳຫລວດທະເລ ຈີນ ໄດ້ເຂົ້າເຂດທະເລທີ່ມີການຂັດແຍ້ງກັນ. ໃນການໂອ້ລົມທາງໂທລະສັບກັບສະຖານທູດ ຈີນ ຢູ່ ໂຕກຽວ, ທ່ານ Kenji Kanasugi ຫົວໜ້າກົມບັນດາບັນຫາມະຫາສະມຸດ ແລະ ອາຊີ ຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ ຊີ້ແຈ້ງວ່າ: “ເລື່ອງບັນດາກ່ຳປັ່ນຂອງ ຈີນ ເຂົ້າເຂດນ່ານທະເລນີ້ ແມ່ນບໍ່ອາດຮັບຮອງໄດ້ຢ່າງເດັດຂາດ ຍິ່ງໄປກ່ວານັ້ນ ຍັງປະກົດມີເຮືອບິນບໍ່ມີຄົນຂັບຕື່ມອີກ. ພວກຂ້າພະເຈົ້າຄັດຄ້ານການກະທຳພຽງລຳພັງຝ່າຍດຽວຂອງ ຈີນ ເຮັດໃຫ້ສະພາບຄວາມເຄັ່ງຕຶງປີນຂັ້ນໄດ”.

