ທ່ານນາງ Kang Kyung – wha ແລະ ທ່ານ Taro Kono (ພາບ: KYODO/TTXVN)

ກ່າວຄຳເຫັນໃນວັນທີ 21 ສິງຫາ ຢູ່ນະຄອນຫລວງ ປັກກິ່ງ ຂອງ ຈີນ ພາຍຫລັງການພົບປະເຈລະຈາກັບຄູ່ຕຳແໜ່ງ ສ.ເກົາຫຼີ Kang Kyung – wha, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ຊີ້ແຈ້ງວ່າ: 2 ປະເທດໄດ້ແບ່ງປັນທັດສະນະ ຕ້ອງແກ້ໄຂການໂຕ້ຖຽງກັນ, ເຊິ່ງໄດ້ຮັບຖືວ່າ ແມ່ນ “ມໍລະດົກ” ຊົ່ວຮ້າຍ ແຕ່ສະໄໝຟາດຊິດ ຍີ່ປຸ່ນ ປົກຄອງ ແຫຼມເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ Kono ກໍ່ເນັ້ນໜັກວ່າ: ຍີ່ປຸ່ນ ຢາກພ້ອມກັບ ສ.ເກົາຫຼີ ຮັກສາສັນຍາວ່າດ້ວຍການແບ່ງປັນຂໍ້ມູນຂ່າວສານໃນການສືບລາຊະການລັບດ້ານທະຫານ ສ.ເກົາຫຼີ - ຍີ່ປຸ່ນ (GSOMIA), ເຊິ່ງອາດຈະໄດ້ຕໍ່ກຳນົດເວລາ ຖ້າ ສ.ເກົາຫຼີ ບໍ່ມີການປ່ຽນແປງໃນທ້າຍເດືອນນີ້.