ຕອນເຊົ້າວັນທີ 2 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ກວັກຢຸງ ເປັນປະທານກອງປະຊຸມສະຫຼຸບເບື້ອງຕົ້ນສະພາບການປະຕິບັດໂທລະເລກຂອງນາຍົກລັດຖະມົນຕີ ກ່ຽວກັບການສຸມໃສ່ຊີ້ນຳປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາຈົນຮອດວັນທີ 30 ພຶດສະພາ. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກ ກັບ 34 ແຂວງ, ນະຄອນໃນທົ່ວປະເທດ.
ໃນ 1 ເດືອນແຫ່ງການປະຕິບັດໂທລະເລກທີ 38 ຂອງນາຍົກລັດຖະມົນຕີ, ຈົນຮອດວັນທີ 30 ພຶດສະພາ, ທົ່ວປະເທດໄດ້ຄົ້ນພົບ ກວ່າ 2000 ກໍລະນີ, ແກ້ໄຂກວ່າ 1.6000 ກໍລະນີກ່ຽວກັບການລະເມີດ ສິດຊັບສິນທາງປັນຍາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ໄດ້ເນັ້ນໜັກວ່າໃນໄລຍະຈະມາເຖິງ, ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ຂອງຫຼາຍວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ:
ຂ້າພະເຈົ້າສະເໜີ ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ພິເສດແມ່ນປະທານຄະນະກຳມະການປະຊາຊົນບັນດາແຂວງ ຕ້ອງຈັດຕັ້ງປະຕິບັດ ບັນດາມາດຕະການ ຢ່າງຂ້ຽວຂາດເພື່ອແນໃສ່ຍົກສູງກຳລັງຄວາມສາມາດປະຕິບັດສິດຊັບສິນທາງປັນຍາຢ່າງມີປະສິດທິຜົນ, ປະສິດທິພາບ. ພິເສດ, ຕໍ່ສູ້, ສະກັດກັ້ນບັນດາການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດກວ່າ.
