ຕອນ​ເຊົ້າ​ວັນ​ທີ 20 ເມ​ສາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ເງິນ​ຈັດ ກອງ​ປະ​ຊຸມ​ເຜີຍ​ແປ​ມະ​ຕິ​ເລກ​ທີ 119 ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ມະ​ຕິ​ເລກ​ທີ 242 ວ່າ​ດ້ວຍ​ການ​ຄຸ້​ມ​ຄອງ ແລະ ນຳ​ໃຊ້​ທຶນ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ທາງ​ການ ODA ແລະ ທຶນບຸ​ລິ​ມະ​ສິດ​ຕ່າງ​ປະ​ເທດ​ໄລ​ຍະ 2026 – 2030. ກອງ​ປະ​ຊຸ​ມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ຜູ້​ອຸ​ປະ​ຖຳ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສະ​ໜອງ​ທຶນ ODA, ທຶ​ນ​ບຸ​ລິ​ມະ​ສິດ​ຕ່າງ​ປະ​ເທດ ໃຫ້​ແກ່ ຫວຽດ​ນາມ. ກອງ​ປະ​ຊຸມ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວິ​ທີ​ເຂົ້າ​ໃຈ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ກຳ​ນົດ​​ດ້ານ​ນິ​ຕິ​ກຳ​ໃໝ່, ພ້ອມ​ທັງ​ສ້າງ​ການ​ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ດຶງ​ດູດ, ຄຸ້ມ​ຄອງ ແລະ ນຳ​ໃຊ້ທຶນ ODA ແລະ ທຶນ​ກູ້​ຢຶມ​ບຸ​ລິ​ມະ​ສິດ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ. ທ່ານ ຮ່​ວາງ​ຫ໋າຍ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງໜິ້ ແລະ ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ຄາດ​ວ່າ​ໃນ​ໄລ​ຍະ 5 ປີ 2026 – 2030, ຈຳ​ນວນ​ທຶນ ODA ລະ​ດົມ, ທຶນ​ກູ້​ຢຶມ​ບຸ​ລິ​ມະ​ສິດ​ສູງ​ທົບ 7 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ແຜນ​ການ 2021 – 2025. ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ການ​ຫັນ​ຊ່ອງ​ທາງ​ດຶງ​ດູດ​ທຶນ ODA ແລະ ທຶນ​ກູ້​ຢຶມ​ບຸ​ລິ​ມະ​ສິດ​ເປັນຫຼາຍ​ຮູບຫຼາຍ​ແບບ.