ກອງປະຊຸມໄດ້ຕີລາຄາສັງລວມ ຂົງເຂດ ປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ ໃນສະພາບການໃໝ່ທີ່ກາລະໂອກາດ ແລະ ສິ່ງທ້າທາຍຢ່າງຫຼວງຫຼາຍແຊກຊ້ອນ, ພິເສດແມ່ນໃນການປ່ຽນແປງຢ່າງມີໄຫວພິບ ແລະ ໄວວາຂອງທ່າອ່ຽງເຕັກໂນໂລຢີ ປຸງແຕ່ງຂອງໂລກ, ບັນຫານຳເຕັກໂນໂລຢີດີຈີຕອນ ເຂົ້າໃນການຜະລິດໃຫ້ດີທີ່ສຸດ, ຊັບພະຍາກອນໃນການປຸງແຕ່ງຜະລິດຕະພັນກະເສດຂອງໂລກ ແລະ ທິດທາງສຳຜັດຂອງ ຫວຽດນາມ, ບັນຫານຳໃຊ້, ຖ່າຍທອດ ວິທະຍາສາດເຕັກນິກທີ່ກ້າວໜ້າ ໃນເຕັກໂນໂລຢີພາຍຫຼັງການເກັບກ່ຽວ ເພື່ອແນໃສ່ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນກະເສດສົ່ງອອກ.
ທີ່ກອງປະຊຸມ, ທ່ານ ຮວີ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ:
ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ປຸງແຕ່ງຜະລິດຕະພັນກະເສດ ອາດສາມາດສຳຜັດກັບເຕັກໂນໂລຢີ, ອຸປະກອນທີ່ກ້າວໜ້ານັ້ນ, ທາງກະຊວງພວມຕັ້ງໜ້າພັດທະນາການຕະຫຼາດວິທະຍາສາດເຕັກໂນໂລຢີ ເຊິ່ງຂຶ້ນກັບຂົງເຂດປຸງແຕ່ງກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງ.
