ເນື່ອງໃນໂອກາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແລະ ເຂົ້າຮ່ວມ, ກ່າວຄຳເຫັນທີ່ກອງປະຊຸມ Shangri-la ໃນວັນທີ 29 ພຶດສະພາຈະມາເຖິງ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປໄດ້ມີການແລກປ່ຽນກັບທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມກໍ່ຄືແງ່ຫວັງຊຸກຍູ້ການພົວພັນ ຫວຽດນາມ - ສິງກະໂປຂຶ້ນສູ່ລະດັບສູງໃໝ່.
ທ່ານເຈິ່ນເຟືອກແອັງ ເນັ້ນໜັກວ່າ ການຢ້ຽມຢາມສິງກະໂປຈະມາເຖິງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍສຳຄັນພິເສດ. ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນຢູ່ເຫດການຫຼາຍຝ່າຍກ່ຽວກັບຄວາມໝັ້ນຄົງທີ່ສຳຄັນທີ່ສຸດຂອງພາກພື້ນ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ ຈຸດສຸມຂອງ ການຢ້ຽມຢາສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ Shangri-la. ສິ່ງນີ້ສະແດງໃຫ້ເຫັນຄວາມສົນໃຈຕີລາຄາສູງຂອງຄະນະຈັດຕັ້ງກອງປະຊຸມ ກໍ່ຄືປະຊາຄົມສາກົນຕໍ່ ຫວຽດນາມ.
