ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Anura Kumara Dissanayake, ປະ​ທາ​ນາ​ທິ​ບໍ​ດີສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມປະ​ຊາ​ທິ​ປະ​ໄຕ ສີ​ລັງ​ກາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ການ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ປະ​ເທດ ສີ​ລັງ​ກາ ແຕ່​ວັນ​ທີ 07 – 08 ພຶດ​ສະ​ພາ.

ເນື່ອງ​ໃນ​ໂອ​ກາດນີ້, ເມື່ອ​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ, ທ່ານ Poshitha Perera, ເອກ​ອັກ​ຄະ​ລັດ​ຖະ​ທູດ ສີ​ລັງ​ກາ ປະ​ຈຳ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພ​ຽງ​ແຕ່​ແມ່ນ​ເພື່​ອ​ປັບ​ປຸ​ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສີ​ລັງ​ກາ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ ແລະ ມີ​ລັ​ກ​ສະ​ນະ​ຍຸດ​ທະ​ສາດກວ່າ​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ການ​ຢ້ຽມ​ຢາມກໍ່​ນຳ​ມາ​ເຊິ່ງ​ໂອ​ກາດ​ໃຫ້​ແກ່​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ເພື່ອ​ໃຫ້ 2 ຝ່າຍ​ເປັນ​ເອ​ກະ​ພາບ​ວິ​ໄສ​ທັດກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ທົ່ວ​ໂລກ.

ທ່ານກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽ​ວ​ແຫ່ງ​ຈິດ​ວິນ​ຍານ ແລະ ການ​ສຶກ​ສາ. ດ້ວຍ​ຄວາມ​ຫວັງ​ເປີດ​ບັນ​ດາ​ສາຍ​ການ​ບິນ​ໂດຍ​ກົງ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ວີ​ຊາ, ມຸ່ງ​ໄປ​ເຖິງ​ການເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ໄປ​ນະ​ມັດ​ສະ​ການ​ພຸດ​ທະ​ສາ​ສະ​ໜາ ແລະ ບັນ​ດາ​ການ​ຢ້ຽມ​ຢາມ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ.