ຍົກສູງບົດບາດຂອງແນວໂຮມປະເທດຊາດໃນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ (ພາບ: TTXVN)

ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນ ໂຮ່ຈີມິນ; ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມສຳມະນາ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ແນວໂຮມທຸກຂັ້ນໄດ້ຍົກສູງກຳລັງຄວາມສາມາດປະກອບຄຳເຫັນ, ໄຈ້ແຍກຕີລາຄາສັງຄົມ, ປະກອບສ່ວນປັບປຸງກົນໄກ, ກົດໝາຍກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ. ແນວໂຮມທຸກຂັ້ນ ຕັ້ງໜ້າປະຕິບັດບັນດາລາຍການສົມທົບຕິດຕາມກວດກາ, ໃນເບື້ອງຕົ້ນເອົາໃຈໃສ່ເຂົ້າບັນດາເນື້ອໃນ, ຂົງເຂດທີ່ມີຄວາມສະດຸ້ງໄວ, ອາດຈະເກີດການສໍ້ລາດບັງຫລວງ, ການຟຸມເຟືອຍໄດ້ງ່າຍ, ກໍ່ຄວາມສັບສົນຫຍຸ້ງຍາກໃຫ້ປະຊາຊົນ ແລະ ວິສາຫະກິດ, ສະເໜີບັນດາອົງການທີ່ມີສິດອຳນາດແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ.