ທ່ານຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳວຽກງານຖະແຫຼ່ງຂ່າວໃຫ້ຕ່າງປະເທດຂັ້ນສູນກາງ

ກອງປະຊຸມຝຶກອົບຮົມ “ຍົກສູງປະສິດທິຜົນວຽກງານຖະແຫຼ່ງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບສິດທິມະນຸດຢູ່ ຫວຽດນາມ” ໄດ້ດຳເນີນໃນຕອນເຊົ້າວັນທີ 21 ທັນວາ, ຢູ່ນະຄອນດ່າຫຼ້າດ, ແຂວງເລີມດົ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳວຽກງານຖະແຫຼ່ງຂ່າວໃຫ້ຕ່າງປະເທດຂັ້ນສູນກາງ, ຢັ້ງຢືນວ່າ: ການປະຕິບັດຮັບປະກັນສິດທິມະນຸດຍາມໃດກໍ່ແມ່ນບັນຫາເຊິ່ງ ຫວຽດນາມໃຫ້ຄວາມສົນໃຈ ແລະ ໄດ້ຜັນຂະຫຍາຍບັນລຸໄດ້ຫຼາຍຜົນງານຮັບປະກັນ, ຊຸກຍູ້ສິດທິມະນຸດໃນບັນດາຂົງເຂດ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະເພີ່ມທະວີຄຸນນະພາບ ແລະ ເນື້ອໃນວຽກງານຖະແຫຼ່ງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບສິດທິມະນຸດຜ່ານບັນດາພາຫະນະສື່ມວນຊົນຫຼາຍກວ່າອີກ. ພ້ອມທັງຕໍ່ສູ້ປະຕິເສດດ້ວຍວິທີເກ້ຍກ່ອມບັນດາທັດສະນະຜິດພາດ, ສວຍໃຊ້ບັນຫາປະຊາທິປະໄຕ, ສິດທິມະນຸດຫວັງມ້າງເພທຳລາຍ ຫວຽດນາມຂອງບັນດາອິດທິກຳລັງທີ່ເປັນປໍລະປັກ:

“ກອງປະຊຸມມີຄວາມໝາຍສຳຄັນ, ບໍ່ພຽງແຕ່ສະໜອງບັນດາຄວາມຮູ້ພື້ນຖານເທົ່ານັ້ນ ຫາກຍັງສະໜອງບັນດາຮາກຖານເພື່ອເຮັດແນວໃດໃຫ້ພວກເຮົາມີພຶດຕິກຳຕົວຈິງເພື່ອຖະແຫຼ່ງຂ່າວລວມທັງເນື້ອໃນ ແລະ ວິທີການ. ພວກຂ້າພະເຈົ້າຖືວ່າວິທີການເຮັດຂອງພວກເຮົາຄວນປ່ຽນແປງໃໝ່ກວ່າ, ເກ້ຍກ່ອມກວ່າ, ມີຊີວິດຊີວາກວ່າ, ມັນຕ້ອງຕິດພັນກັບເປົ້າໝາຍ, ນັ້ນແມ່ນບັນດາຄວາມຮ້ຽກຮ້ອງຕ້ອງການເຊິ່ງບັນດາຜູ້ເຮັດວຽກງານໂຄສະນາເຜີຍແຜ່ຄວນມີໃນເງຶ່ອນໄຂການປະຕິວັດອຸດສາຫະກຳ 4.0, ເພື່ອໃຫ້ພວກເຮົານຳວຽກງານໂຄສະນາເຜີຍແຜ່ກ່ຽວກັບສິດທິມະນຸດພັດທະນາຂຶ້ນສູລະດັບສູງກວ່າເກົ່າອີກ”.