ໃນກອງປະຊຸມ, ທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ, ກຳມະການຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳແຫ່ງຊາດ 515), ໃຫ້ຮູ້ວ່າ ນັບແຕ່ວັນທີ 15 ມີນາ ຫາວັນທີ 6 ພຶດສະພາ, ບັນດາອົງການ, ກົມກອງໄດ້ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ທັງໝົດ 358 ອັດຖິ (ຢູ່ພາຍໃນປະເທດ: 51 ອັດຖິ, ຢູ່ລາວ: 36 ອັດຖິ, ກຳປູເຈຍ: 271 ອັດຖິ); ສະເໜີໃຫ້ບັນດາອົງການ, ຫົວໜ່ວຍສ້າງແຜນການ, ຈັດຕັ້ງຜັນຂະຫຍາຍການປະຕິບັດບຸດທະນາການ ແລະ ບັນດາເນື້ອໃນ, ໜ້າທີ່ທີ່ກ່ຽວຂ້ອງເຖິງວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນໄລຍະຈະມາເຖິງ… ໄປຄຽງຄູ່ກັນນັ້ນ, ບັນດາອົງການ, ຫົວໜ່ວຍກໍ່ສ້າງແຜນການ, ແບບວິທີສົມທົບກັບຝ່າຍ ອາເມລິກາ, ຈີນ, ສ.ເກົາຫຼີ ເພື່ອຂຸດຄົ້ນເອກະສານ, ວັດຖຸພັນທີ່ກ່ຽວຂ້ອງເຖິງທະຫານ ຫວຽດນາມ ຜູ້ທີ່ເສຍສະຫຼະຊີວິດ, ຫາຍສາບສູນໃນສົງຄາມ. ທ່ານພົນໂທ ເລກວາງມິງ ຮຽກຮ້ອງໃຫ້ຍູ້ແຮງການໂຄສະນາກ່ຽວກັບຍຸດທະນາການດັ່ງກ່າວ ຜ່ານພາຫະນະສື່ມວນຊົນ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ຮັບປະກັນປະຕິບັດສຳເລັດເປົ້າໝາຍຂອງຍຸດທະນາການດັ່ງກ່າວ.
