ການເຈລະຈາຮອບທີ 3 ໃນວັນທີ 27 ເມສາ (ພາບ: THX/TTXVN) |
ທ່ານ Mikhail Ulyanov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ບັນດາຝ່າຍ ໄດ້ເຫັນດີຍູ້ໄວບັນດາຄວາມມານະພະຍາຍາມ ເພື່ອນຳ ອາເມລິກາ ແລະ ອີຣານ ກັບຄືນສູ່ການປະຕິບັດບັນດາເນື້ອໃນຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ຫຼື ແຜນການດຳເນີນງານຮ່ວມຮອບດ້ານ (JCPOA). ແຈ້ງການທາງສື່ສັງຄົມອອນລາຍ Twitter ພາຍຫຼັງການພົບປະ, ທ່ານ ເອກອັກຄະລັດຖະທູດ ລັດເຊຍ Mikhail Ulyanov ໃຫ້ຮູ້ວ່າ: ວິວັດການປຶກສາຫາລືໄດ້ຊີ້ໃຫ້ເຫັນວ່າ ບັນດາຝ່າຍທີ່ກ່ຽວຂ້ອງມີທັດສະນະມຸ່ງໄປເຖິງການຟື້ນຟູຂໍ້ຕົກລົງນິວເຄຼຍໃຫ້ຄົບຖ້ວນຄືໃນເບື້ອງຕົ້ນ”.

