ການເຮັດວຽກມີການເຂົ້າຮ່ວມຂອງ 8 ທ້ອງຖິ່ນ ລວມມີ: ຮ່າໂນ້ຍ, ຫ໋າຍຟ່ອງ, ຝູເທາະ, ທ໊າຍງວຽນ, ບັກນິງ, ບັກຢາງ, ຫວີງຟຸກ ແລະ ຫ໋າຍເຢືອງ.

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ (ພາບ:VGP)

ທີ່ການເຮັດວຽກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ເຮັດວຽກ ແລະ ຕີລາຄາໃນໄລຍະຜ່ານມາວ່າ: ບັນດາກະຊວງ, ສຳນັກງານອົງການໄດ້ສຸມໃສ່ຜັນຂະຫຍາຍບັນດາວຽກງານນີ້ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ຈາກນັ້ນ ມີບັນດາເນື້ອໃນ, ໜ້າທີ່ວຽກງານຫລາຍຢ່າງ ໄດ້ຮັບການຍູ້ແຮງໃນການຜັນຂະຫຍາຍກ່ຽວກັບລັດຖະບານເອເລັກໂຕນິກ ແລະ ການປະຕິຮູບລະບຽບການບໍລິຫານ. ມາຮອດປະຈຸບັນ, ບັນດາກະຊວງ, ອົງການທຽບເທົ່າກະຊວງທັງໝົດ ແລະ 56/63 ແຂວງ, ນະຄອນ ໄດ້ປະກາດໃຊ້ແຜນການ ແລະ ຜັນຂະຫຍາຍບັນດາໜ້າທີ່ກໍ່ສ້າງລັດຖະບານເອເລັກໂຕນິກ ແລະ ການປະຕິຮູບວຽກງານບໍລິຫານ.