ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:dantri

ທີ່ກອງປະຊຸມ, ຜູ້ແທນແມ່ນບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານດ້ານການສຶກສາ, ຜູ້ສິດສອນຢູ່ບັນດາມະຫາວິທະຍາໄລ ແລະ ສົ່ງເສີມການຮຽນຢູ່ຫລາຍທ້ອງຖິ່ນ ໄດ້ປຶກສາຫາລື ບັນດາມາດຕະການເພື່ອໃຫ້ບັນດາມະຫາວິທະຍາໄລ, ວິທະຍາໄລ ຕອບສະຫນອງໄດ້ຄວາມຕ້ອງການສັງຄົມຮ່ຳຮຽນ. ກ່າວຄຳເຫັນທີ່ກອງປະຊຸມ ໃຫ້ຮູ້ວ່າ: ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຢືນຢັນວ່າ: ລັດຖະບານ ມີຄວາມເຄົາລົບ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງສະມາຄົມສົ່ງເສີມການຮຽນ ຫວຽດນາມ ໃນການຍູ້ແຮງຂະບວນການສົ່ງເສີມການຮຽໜໃນບັນດາມະຫາວິທະຍາໄລ, ວິທະຍາໄລ.