(ພາບ:VOV)
ລະບົບໂຮງຮຽນໃນບໍລິເວນແຂວງ ກວ໋າງນິງ ຍັງຮັກສາຄືເກົ່າ ດ້ວຍສະຖານການສຶກສາເກືອບ 350 ແຫ່ງລວມມີ: ໂຮງຮຽນອະນຸບານ, ມັດທະຍົມ; ສະຖານສຶກສາຂັ້ນອະນຸບານເອກະລາດກວ່າ 380 ແຫ່ງ. ຄາດວ່າ, ຂອບຂະໜາດນັກຮຽນຈະເພີ່ມຂຶ້ນເປັນ 370.000 ຄົນຢູ່ທຸກຊັ້ນຮຽນ.
ທາງແຂວງກໍ່ພວມລົງທຶນກໍ່ສ້າງໂຮງຮຽນໃໝ່ 15 ແຫ່ງ, ພ້ອມທັງໄດ້ປັບປຸງ, ສ້ອມແປງໂຮງຮຽນ 64 ແຫ່ງ. ສະເພາະໃນເຂດຊາຍແດນ, ແຂວງໄດ້ສຸມໃສ່ກໍ່ສ້າງສຳເລັດໂຮງຮຽນ 6 ແຫ່ງ, ລວມມີ ໂຮງຮຽນສາມັນກິນນອນ 5 ແຫ່ງ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຫາຍເຊີນ.
ໃນຂະນະນັ້ນ, ຢູ່ ດ່ານັ້ງ, ກິດຈະກຳໂຮງຮຽນສາມັນກິນນອນເຊື່ອມຕໍ່ຂັ້ນປະຖົມ ແລະ ມັດທະຍົມຕົ້ນຢູ່ຫຼາຍຕາແສງເຂດຊາຍແດນ ກໍ່ໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວ. ທ່ານ ເລງອັກກວາງ, ເລຂາຄະນະພັກນະຄອນ ດານັ້ງ, ສະເໜີວ່າ:
“ແຕ່ນີ້ຮອດມື້ເປີດສົກຮຽນໃໝ່, ບັນດາຫົວໜ່ວຍຕ້ອງສຸມໃສ່ສ້າງສຳເລັດບັນດາເນື້ອໃນລາຍການຫຼັກໆ, ລວມມີຫ້ອງຮຽນ, ເຂດພັກໃຫ້ຄູອາຈານ ແລະ ນັກຮຽນ, ຮັບປະກັນການຮັບໃຊ້ໃນສົກຮຽນໃໝ່. ຄຽງຄູ່ກັນນັ້ນ,
ບັນດາກິດຈະກຳທີ່ຍັງເຫຼືອຈະສືບຕໍ່ຮັບການກໍ່ສ້າງສຳເລັດໄປພ້ອມໆກັນ”.
