ລັດຖະບານ ໂອຕາລິດ ຫາກໍຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເພີ່ມທະວີການປົກປ້ອງເດັກໃນສື່ສັງຄົມອອນໄລ, ຕາມນັ້ນແລ້ວ, ຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 14 ປີ ນຳໃຊ້ບັນດາແພຼດຟອມສື່ສັງຄົມອອນໄລ ແລະ ບັງຄັບໃຫ້ຢັ້ງຢືນອາຍຸເມື່ອເຂົ້າບັນດາເວັບໄຊທີ່ມີເນື້ອໃນສຳລັບຜູ້ໃຫຍ່. ຕາມຮ່າງກົດໝາຍດັ່ງກ່າວ, ບັນດາພື້ນຖານສື່ສັງຄົມອອນໄລ ຈະມີໄລຍະສົ່ງຕໍ່ແກ່ຍາວຮອດວັນທີ 01 ເມສາ 2027. ໃນໄລຍະນີ້, ບັນດາບໍລິສັດຕ້ອງຍົກເລີກຄຸນລັກສະນະກະຕຸ້ນໃຫ້ຕິດ ຫຼື ນຳໃຊ້ມາດຕະການເຕັກນິກເພື່ອຈຳກັດບໍ່ໃຫ້ເດັກທີ່ມີອາຍຸຕ່ຳກວ່າ 14 ປີເຂົ້າໃນສື່ສັງຄົມອອນໄລໄດ້. ບັນດາບໍລິສັດລະເມີດ ອາດຈະປະເຊີນໜ້າກັບການປັບໄໝລົງໂທດຂຶ້ນເຖິງ 6% ຂອງລາຍຮັບທັງປີໃນທົ່ວໂລກ.
ສ່ວນຢູ່ ໂປໂລຍ, ທ່ານປະທານາທິບໍດີ Karol Nawrocki ກໍໄດ້ລົງລາຍເຊັນປະກາດໃຊ້ກົດໝາຍຫ້າມເດັກນ້ອຍນຳໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມ ແລະ ອະນຸບານ ພາຍຫຼັງທີ່ສະພາແຫ່ງຊາດປະເທດນີ້ ໄດ້ຮັບຮອງເອົາເມື່ອຕົ້ນເດືອນຜ່ານມາ. ບັນດາມາດຕະການຈຳກັດດັ່ງກ່າວຈະມີຜົນສັກສິດແຕ່ວັນທີ 01 ກັນຍາ ເປັນຕົ້ນໄປ.
ນັກຂ່າວ VOV ປະຈຳ ເຊັກໂກ
